:: ຫນ້າຫຼັກ :: ຂະແຫນງພະລັງງານ :: NGPES :: ນ້ຳເທີນ2 :: ຂ່າວສານ :: ຖາມ/ຕອບ :: ເວັບອື່ນໆ
 
  ນ້ຳເທີນ 2 >> ສຽງຂອງຊາວບ້ານ
ຄຳຄິດເຫັນຂອງຊາວບ້ານໃນກອງປະຊຸມປະຊາສຳພັນປີ 2002

ປ້າຂຽນ, ປະຊາຊົນທ່ີອາໄສຢູ່ໃນເຂດໂຄງການ, ເມືອງນາກາຍ

ຂ້າພະເຈົ້າຂໍສະໜັບສະໜູນໂຄງການນ້ຳເທີນ2 ຂອງລັດຖະບານຢ່າງສົມບູນ, ຍ້ອນວ່າໂຄງການນີ້ຈະຊ່ວຍແກ້ໄຂບັນຫາ
ຄວາມທຸກຍາກແລະຄວາມທຸກທໍລະມານຂອງປະຊາຊົນພວກເຮົາ ແລະຈະຊ່ວຍແກ້ໄຊເງ່ືອນໄຂເຮັດວຽກຂອງຜູ້ຍິງໃນເຂດພື້ນ
ທ່ີ. ບັນດາເອື້ອຍນ້ອງຜູ້ຍິງທ່ີອາໄສຢູ່ເຂດນັ້ນ, ຕ້ອງໄດ້ເຮັດວຽກໂດຍບໍ່ມີຍາມພັກຍາມຜ່ອນ, ໃນໄລຍະຖືພາຄາ
ທ້ອງ, ພວກເຮົາບໍ່ມີໂຮງຮຽນໃຫ້ລູກໄດ້ຮຽນໜັງສື, ບໍ່ມີຖະໜົນຫົນທາງ, ບໍ່ມີໂຮງໝໍສຸຂະພາບຂອງແມ່ແລະເດັກແມ່ນອ່ອນ
ເຫັຍຫລາຍ, ແລະອັດຕາການຕາຍແມ່ນສູງຫລາຍສຳລັບແມ່ແລະເດັກ. ໂຄງການນີ້ຈະສະໜອງການພັດທະນາໃນຫລາຍໆ
ດ້ານເປັນຕົ້ນ: ດ້ານໄຟຟ້າ, ຖະໜົນຫົນທາງ ແລະດ້ານສະບຽງອາຫານທ່ີໝັ້ນຄົງ.

ຂໍຂອບໃຈ

ທ່ານ ບັນຈົງ, ຮອງປະທານບ້ານນາກາຍເໜືອງ, ແຂວງຄຳມ່ວນ, ຕາງໜ້າໃຫ້ຊາວບ້ານບ້ານນາກາຍເໜືອ

ຕັ້ງແຕ່ຄາບເຊົ້າມາຮອດເວລານີ້ ຂ້າພະເຈົ້າໄດ້ຕິດຕາມການເຄ່ືອນໄຫວໃນກອງປະຊຸມຢ່າງໃຈຈົດໃຈຈໍ່ ໄດ້ຮັບຟັງການສະ
ເໜີບັນຫາແລະຄຳຄິດຄຳເຫັນໃນເລ່ືອງຕ່າງໆ. ຂ້າພະເຈົ້າເຫັນດີເຫັນພ້ອມຢ່າງເຕັມສ່ວນກັບນະໂຍບາຍແກ້ໄຂຄວາມທຸກ
ຄວາມຍາກຂອງລັດຖະບານ. ສຳລັບປະຊາຊົນບັນດາເຜົ່າຢູ່ເຂດພູພຽງນາກາຍແລ້ວຮູ້ສຶກວ່າຄວາມທຸກຍາກນີ້ຍິ່ງໜັງໜ່ວງຂຶ້ນ. ຄວາມທຸກຍາກຂອງປະຊາຊົນໃນເຂດນີ້ມີຫຼາຍກວ່າຮ້ອຍປີແລ້ວ. ຢູ່ເຂດນີ້ບໍ່ເຄີຍມີໂຮງຮຽນ, ບໍ່ເຄີຍມີຖະໜົນຫົນທາງ, ປະຊາຊົນ
ມີແຕ່ພາກັນຖາງປ່າເຮັດໄຮ່ເພ່ືອຢັ່ງຊີບແລະຍັງຂາດເຂີນເຂົ້າກິນຕະຫລອດມາ. ຕາມສະພາບໃນປະຈຸບັນ ລັດຖະບານມີນະ
ໂຍບາຍໃຫ້ຢຸດຕິການຖາງປ່າເຮັດໄຮ່ ສະນັ້ນພວກເຮົາກໍ່ຈຶ່ງໄດ້ຢຸດຕິວິທີການນີ້. ໃນປະຈຸບັນພວກຂ້າພະເຈົ້າບໍ່ມີເຂົ້າກິນຢ່າງ
ພຽງພໍ, ບໍໍ່ເຫັນວ່າມີທ່ານໃດເອົາເຂົ້າມາຊ່ວຍພວກເຮົາ ແລະບໍ່ມີໂຮງໝໍ. ຕົວຢ່າງ: ເມຍຂ້າພະເຈົ້າມີລູກ 9 ຄົນ ໃນນັ້ນ
ຕາຍໄປ 4 ຄົນ ຍັງມີຊີວິດຢູ່ 5 ຄົນ ແລະຍາມໃດຂ້າພະເຈົ້າກໍ່ຄິດເຖິງລູກໆທ່ີຕາຍໄປ. ເປັນຍ້ອນຄວາມທຸກຍາກ, ແມ່ແລະ
ເດັກຫລາຍຄົນຕາຍໃນເວລາອອກລູກ. ຂ້າພະເຈົ້າຍໍເວລາຕ່ືມໜ້ອງໜຶ່ງເພ່ືອເວົ້າເຖິງຄວາມທຸກຍາກຊຶ່ງໃຜໆກໍ່ບໍ່ມັກ, ພວກ
ເຮົາບໍ່ມີວິທີທາງໃດທ່ີຈະລົບລ້າງມັນ. ເວົ້າເຖິງສິ່ງແວດລ້ອມ, ເນື້ອທີ່ປ່າໄມ້ຫລຸດໜ້ອຍຖອຍລົງຫລາຍແລະຄວາມອຶດຢາກ
ຂາດແຄນພັດເພີ້ມຂຶ້ນ. ຂ້າພະເຈົ້າເຂົ້າໃຈວ່າທະນາຄານໂລກສະໜັບສະໜູນໂຄງການຍ້ອນແນວນັ້ນຂ້າພະເຈົ້າຈຶ່ງຮູ້ສຶກດີໃຈ
ຫລາຍທ່ີຈະເຫັນໂຄງການນ້ຳເທີນ2 ເກີດຂຶ້ນ. ນີ້ແມ່ນຄວາມໄຝ່ຝັນຂອງປະຊາຊົນບັນດາເຜົ່າຢູ່ເຂດນາກາຍເພາະໂຄງການ
ມີສິ່ງທ່ີດີໆມາສະເໜີວ່າຈະຊ່ວຍປະຊາຊົນທ່ີຖືກກະທົບໂດຍກົງທາງດ້ານສັງຄົມ, ວັດທະນະທຳ, ເສດຖະກິດ, ການເງິນ ແລະ
ສິ່ງແວດລ້ອມ.ທຸກຂໍ້ສັງເກດແລະຄວາມຄິດເຫັນຂອງພວກທ່ານລ້ວນແຕ່ສະເໜີແກ້ໄຂຄວາມທຸກຍາກແລະຊຸກຍູ້ການພັດທະນາ
ຢູ່່່ເຂດນາກາຍ. ຂ້າພະເຈົ້າເຂົ້າໃຈ່າກອງປະຊຸມປຶກສາຫາລືລະດັບຊາດແລະທ້ອງຖິ່ນໄດ້ຖືກຈັດຕັ້ງຂຶ້ນຢ່າງເປັນຂະບວນມາ
ແລ້ວຫລາຍໆຄັ້ງໃນຊ່ວງ 7 ປີທ່ີຜ່ານມາ ຊຶ່ງໄດ້ມາເຈົ້າໜ້າທ່ີທາງການຕົວແທນຈາກອົງການຈັດຕັ້ງສາກົນແລະພາກສ່ວນ
ທ່ີກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງຫລວງຫລາຍ. ຖ້າຫາກວ່າບໍ່ມີບັນຫາໃດການກໍ່ສ້າງໂຄງການນີ້ຄືຊິສຳເລັດ ຕັ້ງແຕ່ຫລາຍ
ປີແລ້ວ. ພວກຂ້າພະເຈົ້າມີແຕ່ຄອງຄອຍຕະຫລອດມາບໍ່ຮູ້້ວ່າເວລາໃດຈະໄດ້ເຮັດແລະບໍ່ຮູ້ວ່າໃຜກັນແທ້ເປັນຜູ້ຕັດສິນອະນຸມັດ
ໃຫ້ກໍ່ສ້າງໂຄງການ. ພ້ອມນີ້ຂ້າພະເຈົ້າໄຄ່ຂໍຄວາມຂອບອົກຂອບໃຈນຳບັນດາທ່ານຜູ້ແທນທຸກພາກສ່ວນຈາກພາຍໃນແລະຈາກ
ບັນດາອົງການຈັດຕັ້ງສາກົນສຳລັບຄຳຄິດຄຳເຫັນແລະຂໍ້ສະເໜີແນະຕ່າງໆກ່ຽວກັບການລົບລ້າງຄວາມທຸກຍາກນັ້ນ. ພວກທ່ານ
ທັງໝົດລ້ວນແຕ່ໄດ້ປຶກສາຫາລືກັນໃນເລ່ືອງຄວາມທຸກຍາກດ້ວຍຄວາມສົນໃຈແລະເພ່ືອຈຸດປະສົງຊອກຫາວິທີທາງແກ້ໄຂບັນຫາ.
ແຕ່ລະທ່ານເຂົ້າໃຈແລະມຸ້ງຫວັງຢາກໃຫ້ປະຊາຊົນບັນດາເຜ່ົາພວກເຮົາຜ່ານພົ້ນຄວາມທຸກຍາກທ່ີມີມານັບເປັນຮ້ອຍປີນັ້ນ. ພວກ
ເຮົາມີຄວາມດີອົກດີໃຈເປັນຢ່າງຍິ່ງທ່ີຮູ້ວ່າພວກທ່ານສະໜັບສະໜູນການລົບລ້າງຄວາມທຸກຍາກໃນເຂດນີ້ຂອງພວກຂ້າພະເຈົ້າ.
ອີກເທ່ືອໜຶ່ງ, ຂ້າພະເຈົ້າຂໍຖືໂອກາດນີ້ແຈ້ງຂ່າວໂດຍຜ່ານພວກທ່ານໄປຍັງຜູ້ທ່ີບໍ່ສາມາດມາຮ່ວມກອງປະຊຸມໃນຄັ້ງນີ້ວ່າປະຊາ
ຊົນບັນດາເຜົ່າເຂດນາກາຍບໍ່ມີຄວາມຂັດຂ້ອງໃດໆແລະເຫັນດີເຫັນພ້້ອມກັບລັດຖະບານໃນການກໍ່ສ້າງໂຄງການນ້ຳເທີນ2.
ທ້າຍສຸດນີ້ຖ້າພວກທ່ານຫາກມີໂອກາດຂ້າພະເຈົ້າຂໍເຊື້ອເຊີນໄປຢ້ຽມຢາມບ້ານຂອງຂ້າພະເຈົ້າເພ່ືອສຳພັດກັບເງ່ືອນໄຂການດຳ
ລົງຊີວິດຂອງພວກເຮົາ.

ຂໍຂອບໃຈ

ທ່ານ ນາງ ແກ້ວອຸລາ ສຸລິຍະເດດ, ຮອງປະທານສະຫະພັນແມ່ຍິງລາວ ແຂວງຄຳມ່ວນ, ຜູ້ຮັບຜິດຊອບ
ວຽກງານແມ່ແລະເດັັກ.

ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈນຳຄະນະຮັບຜິດຊອບກອງປະຊຸມທ່ີສ້າງເງ່ືອນໄຂໃຫ້ພາກສ່ວນຕ່າງໆທ່ີມີສ່ວນຮ່ວມ
ໄດ້ເຂົ້າມາປະຊຸມຄັ້ງນີ້. ຜ່ານກອງປະຊຸມນີ້ພວກເຮົາໄດ້ຮັບຮູ້ຂໍ້ມູນຂ່າວສານແລະຄວາມຄືບໜ້າຂອງໂຄງການ. ໃນໂອກາດນີ້, ຂ້າ
ພະເຈົ້າຂໍສະແດງຄວາມຂອບອົົກຂອບໃຈນຳຄະນະຮັບຜິດຊອບຈາກຝ່າຍລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ2, ບັນດາທ່ານທູດ
ແລະທ່ານຜູ້ແທນທຸກທ່ານທ່ີໄດ້ສະແດງຄວາມເປັນຫ່ວງເປັນໃຍນຳເງ່ືອນໄຂຂອງການດຳລົົງຊີວິດຂອງປະຊາຊົນທ່ີອາໄສຢູ່ໃນ
ພື້ນທ່ີຂອງໂຄງການ. ຂ້າພະເຈົ້າຢາກຂໍຕັ້ງຄຳຖາມອີກຄຳຖາມໜຶ່ງວ່າໃນທ່ີນີ້ແມ່ນໃຜສາມາດຢັ້ງຢືນໄດ້ວ່າມື້ໃດໂຄງການຈະ
ເລີ້ມຕົ້ນກໍ່ສ້າງ?
ຂ້າພະເຈົ້າເປັນຜູ້ໜຶ່ງທ່່ີໄດ້ເຂົ້າຮ່ວມໃນຂະບວນການປຶກສາຫາລືມວນຊົນທ່ີໃຊ້ເວລາຍາວນານກ່ຽວກັບການຍົກ
ຍ້າຍຈັດສັນປະຊາຊົນທ່ີຖືກກະທົບຈາກທ່ີຕັ້ງບ້ານເດີມໄປຢູ່ບ່ອນໃໝ່. ຂ້າພະເຈົ້າຄິດວ່າຖ້າຍັງສືບຕໍ່ຊັກຊ້າແກ່ຍາວເວລາໄປອີກ
ຄວາມທຸກຍາກຂອງປະຊາຊົນທ່ີຖືກກະທົບຍິ່ງຈະເພີ້ມຂຶ້ນ. ຄືດັ່ງປະຊາຊົນທ້ອງຖິ່ນມັກເວົ້າວ່າພວກເຮົາຈະມີ " ຄວາມທຸກຍາກ
ເພີ້ມຂຶ້ນສອງເທົ່າ " ຄວາມໝາຍຂອງຄຳເວົ້ານີ້ໄດ້ຖືກຊີ້ແຈງອະທິບາຍໂດຍສອງທ່ານທ່ີມາຈາກເຂດໂຄງການແລ້ວນັ້ນ, ຕາມ
ຄວາມເປັນຈິງທ່ີວ່າຄວາມທຸກຍາກໄດ້ມີມາຕັ້ງແຕ່ຫລາຍປີແລ້ວ. ປະຊາຊົນກຳລັງຄອງຄອຍແລະຂໍເອົາສະພາບ " ຄວາມທຸກ
ຍາກເພີ້ມຂຶ້ນສອງເທົ່າ " ນີ້ມາຜ່ານກອງປະຊຸມປຶກສາຫາລືມວນຊົນດ້ວຍເຫດຜົນດັ່ງນີ້ ເຂົາເຈົ້າບໍ່ຄິດຢາກສ້ອມແປງເຮືອນ, ບໍ່
ຄິດຢາກປຸກສ້າງເຮືອນຫລັງໃໝ່, ບໍ່ຄິດຢາກຂະຫຍາຍເນື້ອທ່ີກະສິກຳແລະປູກຕົ້ນໄມ້ຍ້ອນວ່າພວກເຂົາເຈົ້າຮູ້ດີວ່າຈະຕ້ອງໄດ້ຍົກ
ຍ້າຍຈາກທ່ີຢູ່ໃນປະຈບັນໄປຢູ່ບ່ອນໃໝ່ຕາມແຜນປະຕິບັດການວຽກງານຍົກຍ້າຍຈັດສັນ. ຂ້າພະເຈົ້າຄິດວ່າສະພາບທ່ີວ່າ
" ຄວາມທຸກຍາກເພີ້ມຂຶ້ນສອງເທົ່າ " ນີ້ແມ່ນຄວາມຈິງແລະສະພາບຈະຮ້າຍແຮງຂຶ້ນ ຖ້າວ່າໂຄງການຊັກຊ້າໄປຕ່ືມອີກ. ຢູ່ເບື້ອງ
ຫລັງພວກເຮົາຍັງມີປະຊາຊົນຫ້າພັນຄົນກຳລັງຄອງຄອຍຄຳຕອບຈາກກອງປະຊຸມນີ້. ກ່ອນຂ້າພະເຈົ້າກັບຄືນໄປຫາເຂດພື້ນທ່ີ
ຂອງໂຄງການ, ຂ້າພະເຈົ້າກໍ່ຢາກຮູ້ຄຳຕອບຄືກັນ ເພ່ືອສ້າງຄວາມໝັ້ນໃຈໃຫ້ປະຊາຊົນທ່ີຕ້ອງການຢາກຫລຸດພົ້ນອອກຈາກ
ຄວາມທຸກຍາກ, ໂດຍສະເພາະຫລຸດພົ້ນອອກຈາກສະພາບ " ຄວາມທຸກຍາກເພີ້ມຂຶ້ນສອງເທົ່າ " ນີ້. ຂ້າພະເຈົ້າຂໍຮຽກຮ້ອງໃຫ້
ທຸກທ່ານທ່ີຮັບຜິດຊອບໃນເລື້ອງນີ້ພິຈາລະນາເຮັດໃຫ້ໂຄງການເປັນໄປໄດ້ໄວເທົ່າທ່ີຈະໄວໄດ້ ເພ່ືອກຳຈັດປັດເປົ່າສະພາບ "
ຄວາມທຸກຍາກເພີ້ມຂຶ້ນສອງເທົ່າ " ສຳລັບປະຊາຊົນຫ້າພັນຄົນທ່ີຖືກກະທົບຢູ່ໃນພື້ນທ່ີໂຄງການ.

ຂໍຂອບໃຈ.

© Copyright 2004 | Powering Progress | All Rights Reserved