:: ຫນ້າຫຼັກ :: ຂະແຫນງພະລັງງານ :: NGPES :: ນ້ຳເທີນ2 :: ຂ່າວສານ :: ຖາມ/ຕອບ :: ເວັບອື່ນໆ
 
  ນ້ຳເທີນ 2 >> ປະຫວັດຄວາມເປັນມາ

ເຫດຜົນພື້ນຖານຂອງໂຄງການ

ໂຄງການນ້ຳເທີນ2ເປັນຕົວຢ່າງດີເດັ່ນໜຶ່ງສຳຫລັບການພົວ
ພັນເຮັດວຽກລະຫວ່າງລັດຖະບານສປປລາວກັບພາກເອກະ
ຊົນແລະອົງການຈັດຕັ້ງຫລາຍຝ່າຍໃນການສ້າງຕົວແບບ
ຂອງການພັດທະນາເສດຖະກິດ,ສັງຄົມແລະສິ່ງແວດລ້ອມ
ທ່ີເປັນສ່ວນສຳຄັນແບບຍືນຍົງ.

ບັນດາຊ່ຽວຊານເອກະລາດໄດ້ຮັບຮູ້ໂຄງການນີ້ດົນນານແລ້ວ
ໃນຖານະເປັນໂຄງການໜຶ່ງໃນບັນດາໂຄງການໄຟຟ້ານ້ຳຕົກ

ຫລາຍໆແຫ່ງທ່ີເປັນທ່າແຮງບົ່ມຊອນໃນປະເທດລາວທ່ີມີ
ສັກກາຍະພາບສູງເພ່ືອສ້າງເງ່ືອນໄຂເຮັດສຳເລັດບັນດາ
ເປົ້າໝາຍຂອງການພັດທະນາປະເທດ.

ຈາກການສົ່ງອອກພະລັງໄຟຟ້າຕາມຄວາມສາມາດຜະລິດ 995ເມກາວັດ ໄປໃຫ້ອົງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ
(EGAT)ໃນລາຄາທ່ີແຂ່ງຂັນກັນໄດ້ແລະຈາກການສະໜອງພະລັງໄຟຟ້າຕາມຄວາມສາມາດຜະລິດ75ເມກາວັດໃຫ້ບໍລິສັດໄຟ
ຟ້າລາວ(EDL), ໂຄງການໄດ້ຄາດຄະເນວ່າຈະສ້າງລາຍຮັບໃຫ້ປະເທດລາວໂດຍສະເລ່ຍ80ລ້ານໂດລາຕໍ່ປີໃນຮູບອາກອນ,
ຄ່າພາກຫລວງແລະການປັນຜົນຕະຫລອດໄລຍະຂອງການສຳປະທານ.

ພາຍຫລັງສິ້ນສຸດໄລຍະສຳປະທານ,ໂຄງການຈະມອບໂອນກິດ
ຈະການໃຫ້ລັດຖະບານໂດຍບໍ່ຄິດຄ່າໃດໆ.ຈາກນັ້ນທຸກໆລາຍ
ຮັບຈະຕົກເປັນຂອງລັດຖະບານທັງໝົດ. ໂຄງການຈະເປັນ
ແຫລ່ງໜຶ່ງດຽວສຳຫລັບປະເທດລາວໃນການແລກປ່ຽນເງິນຕາ
ຕ່າງປະເທດທ່ີເປັນລາຍໄດ້ນັ້ນແລະຈະເປັນການປະກອບສ່ວນ
ທ່ີຍ່ິງໃຫຍ່ໜຶ່ງດຽວໃນລວມຍອດມູນຄ່າຜະລິດຕະພັນພາຍໃນ
(GDP) ແລະລາຍຮັບດ້ານງົບປະມານ.

ເພ່ືອນຳໃຊ້ບັນດາລາຍຮັບນີ້ໃຫ້ເກີດຜົນສູງສຸດ,ທະນາຄານໂລກ,ອົງກອນຫລາຍຝ່າຍແລະລັດຖະບານໄດ້ປະສານງານກັນເພ່ືອ
ສ້າງກົນໄກຄຸ້ມຄອງແລະຮັບປະກັນວ່າລາຍຮັບຂອງລັດຖະບານນີ້ຈະຮັບໃຊ້ວຽກງານການພັດທະນາປະເທດຢ່າງມີປະສິດທິຜົນ.

ໂຄງການໄດ້ຖືກຮັບຮູ້ວ່າແມ່ນພາກສ່ວນທ່ີສຳຄັນໜຶ່ງໃນກອບວຽກງານພັດທະນາປະເທດແລະການຈັດຕັ້ງປະຕິບັດໂຄງການມີ
ຄວາມເປັນໄປໄດ້ໃນຕົວຈິງແລະເປັນຄັ້ງທຳອິດສຳຫລັບປະເທດລາວທ່ີຈະໄດ້ຫລຸດຜ່ອນສະພາບຂຶ້ນກັບການຊ່ວຍເຫລືອດ້ານ
ການພັດທະນາຢ່າງເປັນທາງການ (ODA) ເປັນແຕ່ລະກ້າວໆ.

© Copyright 2004 | Powering Progress | All Rights Reserved