ໃນເດືອນ ມີຖຸນາ ປີ 2001, ສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການສະບັບເລກທີ່ 010 ຊີ້ນຳກ່ຽວກັບບັນຖັດຖານ
ຂອງຄວາມທຸກຍາກແລະໄດ້ກຳນົດວິທີການທ່ີຊັດເຈນໃນການກະກຽມຈັດຕັ້ງປະຕິບັດແຜນລົບລ້າງຄວາມທຸກຍາກບົນພື້ນ
ຖານແນວຄິດທິດສະດີທ່ີລັດຖະບານໄດ້ພັດທະນາເປັນຍຸດທະສາດແລະໄດ້ຖະແຫລງໃນກອງປະຊຸມໂຕະມົນຄັ້ງທີ 7.
ກອງປະຊຸມໃຫຍ່ຂອງພັກໄດ້ກຳນົດບັນດານະໂຍບາຍແລະທິດທາງໃນຕໍ່ໜ້າ. ສະແດງອອກໃນແຜນພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ 5 ປີ, ລັດຖະບານໄດ້ຜັນຂະຫຍາຍມາເປັນຈຸດປະສົງແລະຄາດໝາຍສະເພາະ ແລະ ໄດ້ກຳນົດບັນດາ
ແຜນງານຍຸດທະສາດແລະແຜນງານບຸລິມາສິດໃນແຕ່ລະຂະແໜງການແລ້ວຈັດຕັ້ງປະຕິບັດໃຫ້ສຳເລັດ. ບັນດາເອກະ
ສານຂອງກອງປະຊຸມໂຕະມົນໄດ້ຫັນ ສູ່ການຈັດຕັ້ງປະຕິບັດບັນດາແຜນດັ່ງກ່າວໂດຍອີງຕາມຄວາມຕ້ອງການໃນການ
ປຸກລະດົມຊັບພະຍາກອນມະນຸດທ່ີມີຢູ່. ໃນເມ່ືອແຕ່ລະເອກະສານມີຈຸດປະສົງເປົ້າໝາຍສະເພາະ, ເມ່ືອລວມເຂົ້າກັນແລ້ວ
ການເປັນເອກະສານອ້າງອີງທ່ີພົວພັນກັນຊຶ່ງຈະພາໃຫ້ ສປປ ລາວ ສາມາດເຮັດສຳເລັດເປົ້າໝາຍຂອງປີ 2020.
ແຜນຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງຄວາມທຸກຈົນແມ່ນການສະໜອງແຜນດຳເນີນງານຂອງລັດຖະບານສຳ
ຫລັບຈຸດໝາຍທ່ີເປັນຈຸດເລັ່ງ. ນັ້ນເປັນການສ້າງວິທີການຍຸດທະສາດໄລຍະກາງເພ່ືອລົບລ້າງຄວາມທຸກຍາກ, ເຮັດໃຫ້ສ່ວນ
ໜ່ຶງຂອງກອບຂອງວຽກງານລວມ "ຂະຫຍາຍຕົວຂຶ້ນຢ່າງມີຄວາມຍຸດຕິທຳ"
ຕັ້ງແຕ່ໄດ້ປະຕິບັດກົນໄກເສດຖະກິດໃໝ່ແລະປະຕິບັດນະໂຍບາຍເປີດປະຕູໃນປີ 1986, ເຫັນວ່າໄດ້ບັນລຸຄວາມກ້າວໜ້າສົມ
ຄວນ. ສິ່ງທ່ີບົ່ງບອກເຖິງຄວາມກ້າວໜ້າທ່ີເປັນຂໍກຸນແຈດ້ານເສດຖະກິດແລະສັງຄົມໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ອັດຕາ
ການເຕີບໂຕທາງເສດຖະກິດຖືວ່າເຂັ້ມແຂງຕະຫລອດຊ່ວງຊຸມປີ 90, ເຖິງແມ່ນວ່າຈະມີວິກິດການທາງເສດຖະກິດຢູ່ອາຊີກໍ່
ຕາມ. ການເຕີບໂຕໃນໄລຍະເລີ້ມຕົ້ນ ສະຫະສະວັດໃໝ່ແມ່ນຢູ່ໃນບັນຍາກາດແຫ່ງສະຖຽນລະພາບຂອງເສດຖະກິດມະຫາ
ພາກທ່ີໜັກແໜ້ນ. ສປປ ລາວ ໄດ້ກາຍເປັນພັນທະມິດທ່ີຫ້າວຫັນຂອງກຸ່ມປະເທດອາຊຽນກໍ່ຄືບັນດາອົງການຮ່ວມມືພາກພື້ນ
ອ່ືນໆ.
ຢ່າງໃດກໍ່ຕາມ, ເພ່ືອເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດຍືນຍົງແລະເພ່ືອການລົບລ້າງຄວາມທຸກຍາກໃນໄລຍະຍາວ
ເຫັນວ່າຍັງມີຂໍ້ຄົງຄ້າງຢູ່ຫຼາຍປະການທ່ີຈະຕ້ອງໄດ້ແກ້ໄຂໃຫ້ສຳເລັດ. ອີງຕາມຜົນງານທ່ີປະຕິບັດໄດ້ມາຮອດໄລຍະນີ້ເຫັນ
ວ່າພາລະໜ້າທ່ີອັນໜັກໜ່ວງໃນການລົບລ້າງຄວາມທຸກຍາກແມ່ນຍັງຢູ່ໄກ. ໃນການຜັນຂະຫຍາຍກອບວຽກງານທ່ີຕິດພັນກັນ
ຢ່າງສະໜິດແໜ້ນເພ່ືອການເຕີບໂຕແລະການພັດທະນາ ຊຶ່ງແມ່ນພື້ນຖານຂອງການລົບລ້າງຄວາມທຸກຍາກແບບຢັ້ງຍືນ ແຜນ
ຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງຄວາມທຸກຍາກໄດ້ໃຫ້ຄວາມສຳຄັນຕໍ່ສາຍພົວພັນລະຫວ່າງ 4 ຂະແໜງການຕົ້ນຕໍ
ຈຳນວນໜຶ່ງ, ລະຫວ່າງບັນດາຂະແໜງການທ່ີໃຫ້ການສະໜັບສະໜູນ, ຂະແໜງການບຸລິມະສິດແລະບັນດາແຜນງານແຫ່ງ
ຊາດທ່ີີເປັນອັນສະເພາະສິ່ງຂັບເຄ່ືອນຊຸມຊົນແລະການແນະນຳໃຫ້ເຂົ້າເຖິງຍຸດທະສາດ ການພັດທະນາຊົນນະບົດຈະຕ້ອງໄດ້
ເລີ່ມສຸມໃສ່ການພັດທະນາເມືອງທ່ີທຸກຍາກ. ຍົກສູງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ພັດທະນາພາກສ່ວນ
ເສດຖະກິດເອກະຊົນ, ນັບທັງການລົງທຶນຕ່າງປະເທດ, ການຄຸ້ມຄອງພາກລັດເພ່ືອຄວາມສັກສິດຂອງການຄຸ້ມຄອງແລະການ
ພັດທະນາຊັບພະຍາກອນຈະປະກອບເປັນສະພາບແວດລ້ອມພື້ນຖານຂອງການເຕີບໂຕທ່ີຍືນຍົງໃນໄລຍະຍາວ.
ຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງຄວາມທຸກຍາກເປັນເລ່ືອງສຳຄັນຍິ່ງ.
ແຜນຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງຄວາມທຸກຍາກທ່ີຖືກບັນຈຸຢູ່ໃນກອບວຽກງານພັດທະນາແລະການເຕີບໂຕ
ຊຶ່ງເປັນທ່ີເຂົ້າໃຈແລ້ວນັ້ນ ກຳນົດໃຫ້ສຸມທຸກຄວາມສາມາດເພ່ືອບັນລຸເຖິງເປົ້າໝາຍຂອງການລົບລ້າງຄວາມທຸກຍາກໃນປີ
2020. |