:: ຫນ້າຫຼັກ :: ຂະແຫນງພະລັງງານ :: NGPES :: ນ້ຳເທີນ2 :: ຂ່າວສານ :: ຖາມ/ຕອບ :: ເວບອື່ນໆ
 
  ຍິນດີຕ້ອນຮັບທ່ານເຂົ້າສູ່ຄວາມຄືບໜ້າຂອງການພະລັງງານ

ປະເທດລາວເປັນປະເທດທ່ີມີພູຫຼາຍ, ມີປະຊາກອນປະມານ 5.5 ລ້ານຄົນໃນ
ນັ້ນຫຼາຍກ່ວາ 80% ອາໄສຢູ່ເຂດຊົນນະບົດແລະມີພື້ນຖານການກະສິກຳ-ປູກ
ເຂົ້າແລະການເກັບກູ້ເຄ່ືອງປ່າຂອງດົງ. ເປັນປະເທດໜຶ່ງທ່ີຫຼ້າຫຼັງທາງດ້ານເສດ
ຖະກິດຢູ່ໃນໂລກຊຶ່ງລວມຍອດຜະລິດຕະພັນແຫ່ງຊາດ (GNP) ສະເລ່ຍຕໍ່ຫົວ
ຄົນມີພຽງ 330US$ ຕໍ່ປີ.

ການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນ່ືອງແມ່ນຄວາມຮຽກຮ້ອງຕ້ອງ
ການເພ່ືອແກ້ໄຂຄວາມທຸກຍາກແລະບັນລຸບັນດາເປົ້າໝາຍຂອງການພັດທະນາ
ສັງຄົມ, ແຕ່ບັນດາທາງເລືອກເພ່ືອເຮັດສຳເລັດບັນຫານີ້ພັດຖືກກົດດັນໜ່ວງ

ເສດຖະກິດພາຍໃນທີ່ອ່ອນນ້ອຍແລະໂອກາດດ້ານການຄ້າທ່ີຖືກຈຳກັດ. ການພັດທະນາຂອງ ສປປ ລາວ ໃນຊ່ວງ
ປະຈຸບັນມີໂຮງງານອຸດສາຫະກຳຈຳນວນພຽງໜ້ອຍດຽວ ທ່ີມີຂໍ້ໄດ້ປຽບໃນການແຂ່ງຂັນໃນພາກພື້ນ. ສິ່ງທ່ີສຳຄັນ
ທ່ີສຸດໃນນີ້ແມ່ນເລ່ືອງການຜະລິດໄຟຟ້າ ຍ້ອນວ່າ ສປປ ລາວ ເປັນປະເທດທ່ີຕັ້ງຢູ່ໃຈກາງຂອງພາກພື້ນຊຶ່ງມີແຫຼ່ງ
ພະລັງງານສາມາດຕອບສະໜອງຄວາມຕ້ອງການດ້ານພະລັງງານໄຟຟ້າທ່ີພວມຂະຫຍາຍຕົວເພີ້ມຂຶ້ນ.

ຂະແໜງພະລັງງານລາວຍັງຢູ່ໃນລະດັບອ່ອນນ້ອຍ, ພຽງແຕ່ໜ່ຶງສ່ວນສາມຂອງຈຳນວນປະຊາຊົນໄດ້ນຳໃຊ້ໄຟຟ້າ.
ຂະແໜງການພະລັງງານມີສັກກາຍະພາບບົ່ມຊອນ ທ່ີຈະເຮັດບົດບາດເປັນຄໍຫອຍເພ່ືອເຮັດສຳເລັດບັນດາເປົ້າໝາຍ
ຂອງແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານລາວໂດຍການຂະຫຍາຍຄວາມອາດສາມາດທ່ີມີຢູ່ແລະເຊ່ືອ
ຖືໄດ້ໃນການສະໜອງໄຟຟ້າລາຄາຕຳ່ຢູ່ພາຍໃນປະເທດ ແລະ ສ້າງລາຍຮັບຈາກການສົ່ງໄຟຟ້າອອກໄປຈຳໜ່າຍຢູ່
ໃນພາກພື້ນ. ນະໂຍບາຍສຳຫຼັບຂະແໜງພະລັງງານຂອງລັດຖະບານລາວເອື້ອອຳນວຍໃຫ້ບັນລຸຈຸດປະສົງນີ້ດ້ວຍ
ການຊຸກຍູ້ສົ່ງເສີມໃຫ້ນຳໃຊ້ຊັບພະຍາກອນທຳມະຊາດຂອງປະເທດເພ່ືອຜົນປະໂຫຍດສູງສຸດ.ສົ່ງເສີມປະສິດທິພາບ
ຂອງຂະແໜງການພະລັງງານແລະສ້າງສະພາບແວດລ້ອມໃຫ້ແກ່ການລົງທຶນກໍ່ສ້າງໂຄງລ່າງພື້ນຖານໂດຍພາກລັດ
ແລະເອກະ
ຊົນ.

ຂ່າວສານ
ອ່ານຂ່າວ ແລະ ສະຫມັກເພື່ອຣັບຈົດຫມາຍຂ່າວ
   
ຕົວບົ່ງຊີ້
ສະພາບການພັດທະນາເສດຖະກິດ ແລະ ສັງຄົມໃນປະຈຸບັນ

   
ສະຖິຕິ NGPES
ສະຖິຕິແລະແຜນທີ່ຕ່າງໆກ່ຽວກັບ NGPES
   
ວີດີໂອ
ວີດີໂອສັງລວມແລະການປະຊຸມສຶກສາ
ໃນໂຄງການ ນ້ຳເທີນ2
   
ຖາມ/ຕອບ
ມີຄຳຖາມ? ຫມວດຄຳຖາມ/ຕອບ
ຂອງພວກເຣົາສາມາດຊ່ວຍທ່ານໄດ

   
ຕິດຕໍ່ພົວພັນ
ຕ້ອງການຂ້ໍ້ມູນເພີ່ມເຕີມ? ກະລຸນາຕິດຕໍ່ພວກເຣົາ
   


   


© Copyright 2004 | Powering Progress | All Rights Reserved