|
 |
  |
 |
| |
ຖາມ/ຕອບ >> ຄຳຖາມຄຳຕອບທ່ີມັກຕັ້ງຂຶ້ນ |
 |
 |
| ຄຳຖາມຄຳຕອບທ່ີມັກຕັ້ງຂຶ້ນ |
- ລັກສະນະເດັັ່ນພື້ນຖານຂອງໂຄງການນ້ຳເທີນ2 ມີຫຍັງແດ່?
- ການປະກອບສ່ວນຂອງລັດຖະບານລາວໃນໂຄງການມີຫຍັງແດ່?
- ດ້ວຍເຫດຜົນໃດລັດຖະບານລາວຈຶ່ງໃຫ້ບູລິມະສິດແກ່ການພັດທະນາຂະແໜງໄຟຟ້າ
ນ້ຳຕົກ?
- ໄດ້ມີການດຳເນີນການຫຍັງແດ່ກ່ຽວກັບການຜ່ອນຄາຍຜົນກະທົບຈາກໂຄງການນ້ຳເທີນ2?
- ໄດ້ມີການຈັດຕັ້ງກອງປະຊຸມປຶກສາຫາລືກັບປະຊາຊົນທ້ອງຖິ່ງໃນເຂດທ່ີມີການກະທົບຈາກ
ໂຄງການແນວໃດແດ?
- ບັນດາທາງເລືອກສຳຫລັບໂຄງການນ້ຳເທີນ2 ມີຫຍັງແດ?
- ການນຳໃຊ້ໄຟຟ້າຈາກໂຄງການນ້ຳເທີນ2 ຢູ່ພາຍໃນປະເທດຈະດຳເນີນການແນວໃດ?
- ການຍົກຍ້າຍຈັດສັນຈະໄດ້ດຳເນີນໃນເວລາໃດແລະແນວໃດ?
- ຕະຫລາດຮອງຮັບໄຟຟ້າຈາກໂຄງການນ້ຳເທີນ2 ມີຄວາມແນ່ນອນບໍ່?
- ກອງທຶນແກ້ໄຂຄວາມທຸກຍາກແລະຍຸດທະສາດພັດທະນາແຫ່ງຊາດເພ່ືອລົບລ້າງຄວາມ
ທຸກຍາກແມ່ນຫຍັງ?
|
 |
| |
Q01: ລັກສະນະເດັັ່ນພື້ນຖານຂອງໂຄງການນ້ຳເທີນ2 ມີຫຍັງແດ່?
A:ໂຄງການນ້ຳເທີນ2ແມ່ນໂຄງການໄຟຟ້ານ້ຳຕົກທີ່ອ່ວຍນ້ຳອອກຈາກຮ່ອງຂອງສານຳເດີມຢູ່ສາຍນ້ຳເທີນທ່ີໄຫລຜ່ານພູ
ພຽງນາກາຍແຂວງຄຳມ່ວນ,
ພາກກາງຂອງປະເທດລາວ[ Click ທ່ີນີ້ເພ່ືອເບິ່ງແຜນທ່ີຂອບເຂດໂຄງການ ] ກະໂຕເຂ່ືອນ
ໂດຍທຽບຖານແລ້ວແມ່ນນ້ອຍ, ມີຄວາມສູງພຽງແຕ່48ແມັດ. ຂອບເຂດຂອງໂຄງການຈະໄດ້ຮັບການສົງເຄາະນ້ຳຈາກ
ຝົນທ່ີຕົກແຮງ ແລະ ເປັນປົກກະຕິໃນແຕ່ລະປີ(ໂດຍສະເລ່ຍປະມານ2,800ມມ), ປະລິມານນ້ຳຖືກເກັບກັກເອົາໄວ້ຢູ່
ອ່າງເກັບນ້ຳຢູ່ເທິງພູພຽງ ນາກາຍເກືອບທັງໝົດ.
ຄວາມສູງຊັນຂອງຂອບພູພຽງແລະສິ່ງໂດດເດັ່ນທາງດ້ານ
ວັດຖຸທຳມະຊາດອ່ືນໆໄດ້ສັງລວມເປັນຈຸດເດັ່ນ, ດ້ວຍການສ້າງເຮືອນຈັກູ່ໄກຈາກຕົົວເຂື່ອນໄປທາງຕົ້ນນ້ຳປະມານ40
ກິໂລແມັດລະດັບຄວາມສູງຂອງນ້ຳຕົກປະມານ350ແມັດ ຈຶ່ງເຫັນວ່າສາມາດເຮັດສຳ ເລັດໄດ້ໂດຍບໍ່ຈຳເປັນສ້າງເຂ່ືອນ
ຂະໜາດໃຫຍ່. ປະເດັນນີ້ຊ່ວຍໃຫ້ໂຄງການສາມາດຜະລິດ ພະລັງໄຟຟ້າໄດ້ເຖິງ 1,075 ເມກາວັດ,995ເມກາວັດ
ຈະໄດ້ສົ່ງອອກ, 75 ເມກາວັດຈະສົ່ງເຂົ້າຕາຄ່າຍໄຟຟ້າພາຍໃນ. ພູມີສາດ ຂອງໂຄງການແມ່ນໜຶ່ງໃນບັນດາ
ກຳລັງແຂງທ່ີຍິ່ງໃຫຍ່ແລະເຮັດໃຫ້ມີຄວາມໄດ້ປຽບທາງດ້ານເສດຖະກິດທ່ີໂດດເດັ່ນຂອງມັນ.
ລັກສະນະສຳຄັນອ່ືນໆປະກອບ ດ້ວຍສາຍສົ່ງແຮງສູງລະດັບ 500 ກິໂລໂວນ, ສາຍຄູ່່ຍາວ 138 ກິໂລແມັດ
ຊຶ່ງຈະເຊ່ືອມຕໍ່ເຂົ້າ
ກັຍລະບົບຕາຄ່າຍໄຟຟ້າ ແຫ່ງຊາດໄທ, ແລະລະບົບສາຍສົ່ງແຮງສູງລະດັບ 115 ກິໂລໂວນ,
ສາຍດ່ຽວຍາວ 78 ກິໂລ
ແມັດເພ່ືອຈຸດປະສົງສະໜອງ ໄຟຟ້າໃຫ້ພາຍໃນ.
ເຂດອ່າງໂຕ່ງຍັງປົກຫຸ້ມເປັນບໍລິເວນກວ້າງດ້ວຍປ່າດົງດິບແລະປະກອບເປັນສ່ວນໜຶ່ງຂອງເຂດອານຸລັກຊີວະ
ນາໆພັນແຫ່ງຊາດ
ນາກາຍ-ນ້ຳເທີນ (NBCA). ທຶນຈາກໂຄງການຈະຊ່ວຍອານຸລັກພື້ນທ່ີໆສຳຄັນລະດັບໂລກ
4,000 ກິໂລແມັດມົນທົນ
ພ້ອມ
ຄວາມສວຍສົດງົດງາມຂອງທຳມະຊາດທ່ີໂດດເດັ່ນນີ້ໄວ້.
ມູນຄ່າໂຄງການໄດ້ຄາດຄະເນໄວ້ປະມານ 1.2 ຕື້ $ ແລະຈະຖືກພັດທະນາໂດຍບໍລິສັດໄຟຟ້ານ້ຳເທີນ2
(NTPC), ກຸ່ມຜູ້ລົງ
ທຶນປະກອບດ້ວຍບໍລິສັດໄຟຟ້າຝະລັ່ງ (EDF), ບໍລິສັດໄຟຟ້າລາວ (EDL),
ແລະບໍລິສັດຜະລິດໄຟຟ້າມະຫາຊົນ (EGCO)ແລະບໍລິສັດອີຕານ-ໄທ ພັດທະນາ (ITD) ຈາກປະເທດໄທ
< Top > |
Q02: ການປະກອບສ່ວນຂອງລັດຖະບານລາວໃນໂຄງການແມ່ນຫຍັ່ງ?
A: ລັດຖະບານລາວຈະຮັບພາລະການຖືຫຸ້ນ 25% ໃນບໍລິສັດໄຟຟ້ານ້ຳເທີນ2 (NTPC), ສັງລວມແລ້ວເປັນການລົງ
ທຶນໃນລະ
ດັບ80ລ້ານ $. ບໍລິດສັດໄຟຟ້າລາວ (EDL) ຈະເປັນຕົວແທນລັດຖະບານລາວໃນການຖືຫຸ້ນ. ໃນຖາ
ນະຂາຫຸ້ນໜຶ່ງໃນໂຄງການ,
ບໍລິສັດໄຟຟ້າລາວຈະຮັບຊື້ໄຟຟ້າຈາກໂຄງການເພ່ືອການຊົມໃຊ້ຢູ່ພາຍໃນແລະຈະ
ປະກອບຖັນແຖວວິຊາການແລະພະນັກງານ
ບໍລິຫານໃຫ້ໂຄງການ.ບໍລິສັດໄຟຟ້າລາວເປັນເຈົ້າຂອງແລະ
ດຳເນີນການບັນດາໂຄງການຜະລິດໄຟຟ້າທ່ີມີຢູ່ແລະສະໜອງການ
ບໍລິການຕາຄ່າຍໄຟຟ້າໃນປະເທດລາວ,
ແລະບໍລິຫານຄຸ້ມຄອງການຈຳໜ່າຍໄຟຟ້າໄປປະເທດໄທ. ບໍລິສັດໄດ້ເປັນຂາຫຸ້ນໃນ
ໂຄງການທ່ີມີຢູ່ຄື: ເທີນຫີນບູນ
ແລະ ຫ້ວຍເຫາະ ທ່ີເປັນໂຄງການສົ່ງອອກໄຟຟ້າເອກະລາດ. ເມ່ືອໝົດກຳນົດ 25 ປີ ຂອງ
ການສຳປະທານ,
ໂຄງການນ້ຳເທີນ2ຈະໄດ້ມອບໂອນໃຫ້ລັດຖະບານລາວໂດຍບໍ່ມີການຄິດໄລ່ໃດໆແລະລາຍຮັບທັງໝົດຂອງ
ໂຄງການຈະເປັນຂອງລັດຖະບານ.
ຫຸ້ນຂອງລັດຖະບານລາວຈະໄດ້ປະກອບໃນເບື້ອງຕົ້ນຈາກບັນດາແຫລ່ງເງິນກູ້ສອງຝ່າຍຫຼື/ແລະຫລາຍຝ່າຍໃນອັດຕາ
ດອກເບັ້ຍ
ຕຳ່ແລະໄລຍະສົ່ງຕົ້ນຍາວນານ. ທຸກການຈັດຫາທຶນແນໃສ່ຈະໄດ້ດຳເນີນຜ່ານໜ່ວຍງານເອກະລາດ,
ຊຶ່ງການສ້າງຕັ້ງໜ່ວຍ
ງານດັ່ງກ່າວຈະຕ້ອງໄດ້ຕົກລົງໂດຍລັດຖະບານລາວ, ທະນາຄານໂລກແລະທະນາຄານພັດ
ທະນາອາຊີ.
< Top > |
Q03: ດ້ວຍເຫດຜົນໃດ ລັດຖະບານລາວ ຈຶ່ງໃຫ້ບູລິມະສິດແກ່ການພັດທະນາຂະແໜງໄຟຟ້ານ້ຳຕົກ?
A: ສປປ ລາວ ເປັນປະເທດທຸກຍາກ, ບໍ່ມີທາງອອກສູ່ທະເລຖືກຂົ່ມຂູ່ໂດຍການທ້າທາຍຂອງການພັດທະນາທ່ີເຂັ້ມ
ງວດກວດຂັນ
[ click ເພ່ືອເບິ່ງສະຖິຕິການພັດທະນາ ]. ສປປ ລາວ ຍັງຂຶ້ນກັບການຊ່ວຍເຫຼືອດ້ານການພັດທະ
ນາທ່່ີເປັນ
ທາງການ (ODA) ຢ່າງໜັກໜ່ວງ. ປະຊາຊົນ 5.5 ລ້ານຄົນ ສ່ວນຫລາຍແມ່ນອາໄສຢູ່ຊົນນະບົດ
ແລະຈຳນວນຫລວງຫລາຍຍັງ
ຢ່ັ່ງຊີບຢູ່ດ້ວຍລາຍໄດ້ຕຳ່ກ່ວາ 1 $ ຕໍ່ວັນ. ລາຍຮັບຕໍ່ຫົວຄົນແລະຕໍ່ປີປະມານ
330 $. ການປະສົມປະສານລະຫວ່າງທ່ີຕັ້ງທາງ
ພູມສາດ, ຈຳນວນປະຊາກອນໜ້ອຍ, ຄວາມທຸກຍາກ
ແລະການທ່ີມີຈຳນວນອຸດສາຫະກຳໜ້ອຍ ເຮັດໃຫ້ປະເທດມີທາງເລືອກທ່ີ
ເປັນໄປໄດ້ໜ້ອຍລົງເພ່ືອຈັດຫາທຶນມາ
ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ.
ເປັນທ່ີຮູ້ກັນຢ່າງກວ້າງຂວາງວ່າພູມມີສາດຫລາກຫລາຍ ພູເຂົາ ແລະສາຍນ້ຳ ຂອງປະເທດລາວ, ໄດ້ບົ່ງຊີ້ເຖິງທ່າ
ແຮງບົ່ມຊ່ອນ
ທ່ີສຳຄັນຍິ່ງທາງດ້ານໄຟຟ້ານ້ຳຕົກ. ໃນກໍລະນີໂຄງການນ້ຳເທີນ2 ຊຶ່ງໄດ້ສົມຍານາມວ່າ:ເປັນໂຄງ
ການບູລິມະສິດລະດັບສູງ ໃນຍຸດທະສາດຂະແໜງພະລັງງານ. ກະແສລາຍໄດ້ເຂົ້າລັດຖະບານຕະຫລອດ
ໄລຍະ 25 ປີຂອງການດຳເນີນການຜະລິດ
ໄດ້ຄາດຄະເນໄວ້ວ່າ ມີປະມານ 1.8 ຕື້ $ ໃນນັ້ນເປັນຄ່າພາກຫລວງ
776 ລ້ານ $, ອາກອນລາຍໄດ້ $423 ລ້ານ
ແລະການປັນຜົນ 623 ລ້ານ $.ລັດຖະບານລາວ
ຍອມຮັບວ່າໂຄງການໄຟຟ້ານ້ຳຕົກຂະໜາດໃຫຍ່ຍ່ອມມີຜົນກະທົບຕໍ່ສິ່ງ
ແວດລ້ອມແລະຕໍ່ຊຸມຊົນທ່ີຢູ່ໃນພື້ນທ່ີໆຖືກ
ກະທົບ. ໃນບັນດາປະເທດທ່ີລະດັບການພັດທະນາສູງແລ້ວກໍ່ອາດມີທາງເລືອກຕ່າງໆ
ທ່ີເໝາະສົມກ່ວາເພ່ືອສ້າງ
ລາຍໄດ້ເຂົ້າງົບປະມານ.ຈ່ັງໃດກໍ່ຕາມໃນເງ່ືອນໄຂຕົວຈິງຂອງປະເທດລາວລັດຖະບານເຊ່ືອໝັ້ນຢ່າງໜັກ
ແໜ້ນວ່າ
ຜົນປະໂຫຍດໃນທາງບວກຈາກໂຄງການນ້ຳເທີນ2 ສາມາດຊ່ັງຊາລ່ືນຜົນກະທົບໃນທາງລົບໄດ້. ດັ່ງນັ້ນ,ໃນເດືອນ
ເມສາ ປີ 2002 ກອງປະຊຸມສະພາແຫ່ງຊາດຂອງ
ສປປ ລາວ ສະໄໝທີ 5 ໄດ້ເປັນເອກະສັນຮັບຮອງເອົາໂຄງການ
ນ້ຳເທີນ2.
ລາຍໄດ້ຈາກໂຄງການນ້ຳເທີນ2 ມີປະມານ $500 ລ້ານໃນປີ 2020 ຈະປະກອບສ່ວນເຮັດໃຫ້ລວມ
ຍອດມູນຄ່າຜະລິດຕະ
ພັນພາຍໃນ (GDP) ສູງເພີ່ມຂຶ້ນ, ແລະເຮັດບົດບາດໃຈກາງໃນການຈັດຫາທຶນສຳຫລັບ
ກອບວຽກງານການພັດທະນາຊາດ.
ລາຍລະອຽດໄດ້ກຳນົດຢູ່່ໃນແຜນຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງຄວາມທຸກຍາກ (NGPES)
[ click ເພ່ືອໄດ້ຂໍ້ມູນຂ່າວສານເພີ້ມເຕີມກ່ຽວກັບ NGPES ] ແຜນຍຸດທະສາດແຫ່ງການເຕີບໂຕແລະລຶບລ້າງ
ຄວາມທຸກ
ຍາກ(NGPES)ເປັນສູນກາງປະຕິບັດເປົ້າໝາຍໄລຍະຍາວຂອງລັດຖະບານລາວໃນການເອົາປະເທດຫລຸດ
ພົ້ນອອກຈາກສະ
ຖານະພາບຂອງການເປັນປະເທດດ້ອຍພັດທະນາໃນປີ2020.ທະສາດແຫ່ງການເຕີບໂຕແລະລຶບລ້າງ
ຄວາມທຸກຍາກປະກອບ
ເປັນກອບວຽກງານທ່ີຮັບຮູ້ໄດ້ສຳຫລັບການເຕີບໂຕແລະການພັດທະນາ, ໂດຍການສຸມ
ກຳລັງສະເພາະໃສ່ການຫລຸດຜ່ອນ
ຄວາມທຸກຍາກໃນບັນດາເມືອງທ່ີທຸກຍາກກ່ວາໝູ່ຂອງປະເທດແລະໄດ້ກຳນົດໃຫ້
ເລັ່ງຄວາມໄວຕາມແນວໂນ້ມໃນປະຈຸບັນ
ຄືການຫລຸດຜ່ອນຄວາມທຸກຍາກໃນປະເທດລາວ.
ໂຄງການຈະນຳຜົນປະໂຫຍດໂດຍກົງມາໃຫ້ທ້ອງຖິ່ນໂດຍຜ່ານການປັບປຸງບັນດາເສັ້ນທາງ, ການຈັດສະໜອງໄຟຟ້າ
ແລະການບໍລິການດ້ານສາທາລະນະສຸກແລະການສຶກສາ. ການພັດທະນາກະສິກຳປ່າໄມ້ແລະການຊົນລະປະທານ
ໃນລະດູແລ້ງທ່ີເປັນທ່າແຮງບົ່ມຊ່ອນ, ເຊັ່ນດຽວກັນກັບການພັດທະນາແຮງງານທີ່ມີຝີມືແລະການສ້າງວຽກເຮັດງານທຳ.
< Top > |
Q04: ໄດ້ມີການດຳເນີນການຫຍັງແດ່ ກ່ຽວກັບການຜ່ອນຄາຍຜົນກະທົບຈາກໂຄງການນ້ຳເທີນ2 ?
A:ຜົນກະທົບຈາກໂຄງການນ້ຳເທີນ2 ໄດ້ເປັນຕົ້ນເຫດພາໃຫ້ມີການດຳເນີນຫລາກຫລາຍການສຶກສາໂດຍກຸ່ມຜູ້ພັດທະ
ນາໂຄງການ, ລັດຖະບານ, ບັນດາອົງການທ່ີບໍ່ສັງກັດລັດຖະບານໃນທ້ອງຖິ່ນແລະສາກົນ, ບັນດາທ່ີປຶກສາເອກະລາດ
ແລະສະຖາບັນຫລາຍຝ່າຍໃນທົດສະວັດທ່່່ີຜ່ານມາ. ການເຂົ້າຮ່ວມຂອງທະນາຄານໂລກໝາຍວ່າ ໂຄງການຈະຕ້ອງປະ
ຕິບັດຖືກຕ້ອງຕາມຫຼືດີລ່ືນຄວາມຮຽກຮ້ອງຕ້ອງການກ່ຽວກັບນະໂຍບາຍຮັບປະກັນຄວາມສ່ຽງໄພ 10 ຂໍ້ ຂອງ
ທະນາຄານໂລກ.
ລັດຖະບານລາວມີທັດສະນະວ່າ: ເມ່ືອມີບາງຜົນກະທົບທ່ີບໍ່ສາມາດຫລີກລ້ຽງໄດ້, ທຸກບາດກ້າວທ່ີຈຳເປັນຈະຕ້ອງໄດ້ເຮັດ
ແລະຜ່ອຍຄາຍມັນລົງເພ່ືອເຮັດໃຫ້ວ່າໂຄງການຈະປະສົບຜົນສຳເລັດໃນຕົວຈິງ. ບັນດາຜົນກະທົບໂດຍກົງຈາກໂຄງການ
ແມ່ນການຍົກຍ້າຍປະຊາຊົນປະມານ 6,200 ຄົນ, ການປ່ຽນແປງທາງດ້ານອຸທຸກກະສາດຂອງນ້ຳເທີນແລະເຊບັ້ງໄຟ
(ອັດຕາການໄຫລທ່ີປ່ຽນແປງກະທົບຕໍ່ການເຄ່ືອງໄຫວຂອງເຈົ້າຂອງພື້ນທ່ີຊາຍຝັ່ງແລະສັດແລະພືດນ້ຳໃນບໍລິເວນໃກ້ຄຽງ),
ແລະການສູນເສຍທ່ີຢູ່ອາໄສຂອງສັດປ່າໃນເຂດອ່າງເກັບກັກນ້ຳທ່ີພູພຽງນາກາຍຍ້ອນນ້ຳຖ້ວມຂັງ. ຂະໜາດຂອງອ່າງເກັບ
ນ້ຳ
ຈະປ່ຽນແປງຈາກຕຳ່ສຸດປະມານ 80 ກິໂລແມັດມົນທົນໃນລະດູແລ້ງໄປເປັນສູງສຸດປະມານ 450 ກິໂລແມັດມົນ
ທົນໃນລະດູຝົນຂອງແຕ່ລະປີ.
ພູພຽງນາກາຍປະກອບເປັນສ່ວນໜຶ່ງຂອງພື້ນທ່ີອ້ອມຂ້າງເຂດອານຸລັກຊີວະນາໆພັນແຫ່ງຊາດນາກາຍ-ນ້ຳເທີນ (NBCA).
ຜົນກະທົບຈາກໂຄງການນ້ຳເທີນ2ທ່ີສາມາດເປັນໄປໄດ້ ໄດ້ເປັນຕົ້ນເຫດພາໃຫ້ມີການດຳເນີນຫລາຍຫລາຍການ
ສຶກສາໂດຍກຸ່ມຜູ້ພັດທະນາໂຄງການ, ລັດຖະບານ, ບັນດາອົງການທ່ີບໍ່ສັງກັດລັດຖະບານໃນທ້ອງຖິ່ນແລະສາກົນ,
ບັນດາທ່ີປືກສາເອກະລາດແລະສະຖາບັນຫລາຍຝ່າຍໃນທົດສະວັດທີ່ຜ່ານມາ. ການເຂົ້່າຮ່ວມຂອງທະນາຄານໂລກໝາຍ
ວ່່າ ໂຄງການຈະຕ້ອງປະຕິບັດໃຫ້ຖືກຕ້ອງຕາມຫຼືດີລື່ນ ຄວາມຮຽກຮ້ອງຕ້ອງການກຽ່ວກັບນະໂຍບາຍ ຮັບປະກັນ
ຄວາມສ່ຽງໄພ 10 ຂໍ້ ຂອງທະນາຄານໂລກ (ລວມມີ ການປະເມີນຜົນດ້ານສ່ິງແວດລ້ອມ, ຊັບສິນທາງດ້ານວັດທະນະທຳ,
ພື້ນທ່ີທ່ີມີຂໍ້ຂັດແຍ່ງ, ປ່າໄມ້, ຄົນພື້ນເມືອງ, ບັນດາສາຍນ້ຳສາກົນ, ການຍົກຍ້າຍທ່ີບໍ່ໄດ້ຕັ້ງໃຈ, ທ່ີຢູ່ອາໄສທຳມະຊາດ
ຂອງສັດປ່າ, ການຄຸ້ມຄອງພະຍາດຕິດແປດແລະຄວາມປອດໄພຂອງໂຕເຂ່ືອນ).
ລັດຖະບານລາວຮັບຮູ້ວ່າ ໃນປະຈຸບັນຄວາມຂາດເຂີນພະນັກງານທ່ີໄດ້ຮັບການຝຶກອົບຮົມເປັນຢ່າງດີແລະເງິນເດືອນໄດ້ເປັນ
ສິ່ງ
ຈຳກັດຄວາມຕັ້ງໜ້າພະຍາຍາມອານຸລັກປົກປັກຮັກສາແຫລ່ງປ່າໄມ້ແລະສັດປ່າທ່ີມີຢູ່ໃນພື້ນທ່ີຂອງໂຄງການ.
ແຕ່ໂດຍບໍ່ເວົ້າເຖິງໂຄງການ ປະຊາຊົນແລະສິ່ງຂົ່ມຂູ່ຕໍ່ການພັດທະນາອ່ືນໆກໍ່ກະທົບຢ່າງຮ້າຍແຮງຢູ່ແລ້ວ. ດັ່ງນັ້ນ,
ລັດຖະບານລາວຈຶ່ງເບິ່ງການຈັດຕັ້ງປະຕິບັດໂຄງການນ້ຳເທີນ2 ບໍ່ພຽງແຕ່ເປັນການສົ່ງເສີມການພັດທະນາເທົ່ານັ້ນ ແຕ່ຄຽງ
ຄູ່ກັນນັ້ນກໍ່ເປັນການປົກປ້ອງແລະອານຸລັກສິ່ງແວດລ້ອມ.
ບັນດາບາດກ້າວໃນພາກປະຕິບັດໄດ້ຮັບການຈັດຕັ້ງຜັນຂະຫຍາຍຈາກທິດສະດີມາສູ່ພາກປະຕິບັດ. ລັດຖະບານໄດ້ສ້າງຕັ້ງ
ອົງການປົກປັກຮັກສາແລະຄຸ້ມຄອງເຂດອ່າງໂຕ່ງ (WMPA) ພາຍໃຕ້ການຄຸ້ມຄອງໂດຍກົງຂອງຫ້ອງວ່າການສຳນັກງານ
ນາຍົກລັດຖະມົນຕີ, ຊຶ່ງມີເງິນງົບປະມານສະເພາະໄວ້ໃຫ້ເພ່ືອບໍລິຫານວຽກງານໃນເຂດອ່າງໂຕ່ງ. ອົງການປົກປັກຮັກສາແລະ
ຄຸ້ມຄອງເຂດອ່າງໂຕ່າງຈະໄດ້ຮັບເງິນງົບປະມານ 1ລ້ານ$ ຕໍ່ປີ ຈາກລາຍຮັບຂອງໂຄງການນ້ຳເທີນ2 ພ້ອມທັງງົບເພີ້ມ
6.5ລ້ານ $ ທ່ີທາງໂຄງການຈະປະກອບໃຫ້ໃນຊ່ວງການກໍ່ສ້າງ. ລາຍລະອຽດຂອງບັນດາແຜນອານຸລັກໄດ້ບັນຈຸຢູ່ໃນຊຸດ
ເອກະສານກອບວຽກງານຄຸ້ມຄອງແລະແຜນດຳເນີນການດ້ານສິ່ງແວດລ້ອມແລະສັງຄົມ (SEMFOP).
ເອກະສານກອບວຽກງານຄຸ້ມຄອງແລະແຜນດຳເນີນການດ້ານສິ່ງແວດລ້ອມແລະສັງຄົມ (SEMFOP) ໄດ້ຮັບການກະກຽມ
ສຳຫລັບລັດຖະບານໂດຍບັນດາຊ່ຽວຊານເອກະລາດ ໃນນັ້ນໄດ້ບັນຈຸຂໍ້ມູນຂ່າວສານຈາກແຜນຄຸ້ມຄອງເບຶື້ອງຕົ້ນເຂດພື້ນ
ທ່ີຊີວະນາໆພັນໂດຍອົງການທ່ີບໍ່ສັງກັດລັດຖະບານ (NGO) ທ່ີຊ່ືວ່າ: ກຸ່ມອານຸລັກສັດປ່າ (WCS) ມີທ່ີຕັ້ງຢູ່ທ່ີ ນິວຢອກ
(ສະຫະລັດອາເມລິກາ) ຈາກແຜນຄຸ້ມຄອງສິ່ງແວດລ້ອມແລະສັງຄົມ (ESMP) ການສຶກສາເບື້ອງຕົ້ນທ່ີໄດ້ເຮັດຂຶ້ນໂດຍ
ອົງການອານຸລັກທຳມະຊາດ (IUCN) ສຳຫລັບອ່າງໂຕ່ງແລະເຂດອານຸລັກຊີວະນາໆພັນແຫ່ງຊາດ
ນາກາຍ-ນ້ຳເທີນ (NBCA).
ໃນເວລາດຽວກັນນັ້ນ, ບໍລິສັດໄຟຟ້ານ້ຳເທີນ2 ຈຳກັດໄດ້ປັບປຸງຍຸດທະສາດທ່ີສົມເຫດສົມຜົນ, ໂດຍປະສານງານກັບຝ່າຍ
ລັດຖະບານເພ່ືອແກ້ໄຂບັນຫາການຍົກຍ້າຍຈັດສັນແລະຄຸ້ມຄອງເຂດຕອນລຸ່ມຕາມກະແສນ້ຳຈະຖືກກະທົບຈາກໂຄງການ.
ແຜນປະເມີນຜົນແລະຄຸ້ມຄອງສິ່ງແວດລ້ອມ (EAMP) ຢ່າງລະອຽດລະອໍໄດ້ມີການກະກຽມຂຶ້ນພາຍຫລັງທ່ີໄດ້ດຳ
ເນີນການສຶກສາດ້ານທໍລະນີສາດແລະອຸທຸກກະສາດແລ້ວ.
ແຜນພັດທະນາສັງຄົມ (SDP) ປະສົມປະສານກັບແຜນປະຕິບັດການໃນເບື້ອງຕົ້ນກ່ຽວກັບວຽກງານຍົກຍ້າຍຈັດສັນ(RAP)
ແລະກັບແຜນພັດທະນາເຜົ່າຊົນສ່ວນໜ້ອຍ (EMDP) ຢູ່ໃນພື້ນທ່ີຂອງໂຄງການ, ທັງສອງແຜນນີ້ໄດ້ກະກຽມໂດຍບັນ
ດາທ່ີປຶກສາສາກົນ. ແຜນພັດທະນາສັງຄົມ (SDP) ຖືວ່າຜົນກະທົບຕ່າງໆທ່ີຈະເກີດຂຶ້ນຢູ່ໃນແຜນປະເມີນຜົນແລະຄຸ້ມ
ຄອງສິ່ງແວດລ້ອມ (EAMP) ໄດ້ຄາດການວ່າ: ບັນຫານີ້ຈະມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ
ແນໃດແລະໄດ້ສະໜອງແຜນລະອຽດກ່ຽວກັບການຊົດເຊີຍ.
< Top > |
Q05: ໄດ້ມີການຈັດຕັ້ງກອງປະຊຸມປຶກສາຫາລືກັບປະຊາຊົນທ້ອງຖິ່ນໃນເຂດທ່ີມີການກະທົບຈາກໂຄງການຄືແນວໃດ?
A: ຂະບວນການປຶກສາຫາລືໄດ້ດຳເນີນໄປຢ່າງຫ້າວຫັນໃນຫລາຍປີຜ່ານມາ, ຊຶ່ງກອງປະຊຸມປຶກສາຫາລືກັບມວນຊົນຄັ້ງທຳ
ອິດໄດ້ຈັດຂຶ້ນທ່ີນະຄອນຫລວງວຽງຈັນໃນເດືອນ ເມສາ ປີ 1997 ເພ່ືອແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບແຜນປະຕິ
ບັດການວຽກງານຍົກຍ້າຍຈັດສັນ. ກອງປະຊຸມປຶກສາຫາລືເພ່ີມເຕີມກ່ຽວກັບແຜນປະຕິບັດການວຽກງານຍົກຍ້າຍຈັດສັນ(RAP)
ໄດ້ຖືກຈັດຕັ້ງຂຶ້ນອີກທ່ີນະຄອນຫລວງວຽງຈັນໃນປີ 1999. ໃນໄລຍະຫລັງໆນີ້ຄືໃນປີ 2004 ກອງປະຊຸມປຶກສາຫາລືບັນຫາລະ
ອຽດຕ່າງໆໄດ້ເປີດຂຶ້ນຢ່າງລຽນຕິດຢູ່ບັນດາບ້ານໃນເຂດພູພຽງນາກາຍ, ທ່ີຢູ່ຕາມແຄມເຊບັ້ງໄຟ, ທ່ີຢູ່ໃນເຂດອ່າງ
ໂຕ່ງແລະບັນດາພື້ນທ່ີໂຄງການແລະຂົງເຂດກະທົບທ່ີຢູ່ອ້ອມແອ້ມ. ການເກັບກຳບັນຫາຕ່າງໆທ່ີໄດ້ຈາກບັນດາກອງ
ປະຊຸມທ່ີປຶກສາຫາລືເຫຼົ່ານັ້ນຍັງຈະຕ້ອງໄດ້ນຳໄປປຶກສາຫາລືຢູ່ກອງປະຊຸມວິຊາການທ່ີຈະຈັດຂຶ້ນຢູ່ພື້ນທ່ີໃກ້ຄຽງແລະສາ
ກົນ
ຄືຢູ່ນະຄອນຫລວງວຽງຈັນ,
ບາງກອກ, ປາຣີ, ວໍຊິງຕັນດີຊີແລະ ໂຕກຽວ ໃນລະຫວ່າງເດືອນ 8 ຫາ ເດືອນ 9
ປີ 2004
[ click ເພ່ືອເບິ່ງຕາຕະລາງ
ກອງປະຊຸມວິຊາການ ]
ພ້ອມກັນນັ້ນ, ບັນດາເອກະສານມາດຕະການປ້ອງກັນຄວາມສ່ຽງໄພ (SEMFOP, EAMP ແລະ SDP) ໄດ້ນຳເຂົ້າສູ່ລະບົບ
ເຊ່ືອມຕໍ່ອິນເຕີເນັດໃນເວັບໄຊນີ້ແລະໃນເວັບໄຊຂອງບໍລິສັດໄຟຟ້ານ້ຳເທີນ ທ່ີຊ່ືວ່າ: www.namtheun2.com ບັນດາ
ເອກະສານເຫຼົ່ານັ້ນແມ່ນມີຫລາຍພັນໜ້າ. ແຕ່ລະເອກະສານໄດ້ຜ່ານວິວັດທະນາການມາຊຶ່ງໄດ້ໃຊ້ເວລາເກີນຂອບເຂດໃນ
ການປ້ອນກັບຄວາມຄິດເຫັນຈາກຂະບວນການປຶກສາຫາລືແລະການປ້ອນຂໍ້ມູນທ່ີກ່ຽວຂ້ອງຕ່າງໆ, ແລະແຕ່ລະເລື້ອງທ່ີ
ຊ່ຽວຊານໄດ້ສຶກສາແລະທົບທວນຄືນລ້ວນແຕ່ໄດ້ໃຊ້ເວລານັບເປັນພັນຊົ່ວໂມງ.
< Top > |
Q06: ບັນດາທາງເລືອກສຳລັບໂຄງການນ້ຳເທີນ2 ມີຫຍັງແດ່?
A: ບັນດາສິນຄ້າສົ່ງອອກຕົ້ນຕໍຂອງ ສປປ ລາວ ແມ່ນໄມ້ແລະຜະລິດຕະພັນໄມ້, ຄຳ ແລະທອງແດງ, ເຄ່ືອງນຸ່ງ ແລະ
ໄຟຟ້າການຈຳໜ່າຍໄຟຟ້າໄປປະເທດໄທໃນປະຈຸບັນກວມເອົາພຽງ 30% ຂອງມູນຄ່າລາຍຮັບຈາກການສົ່ງອອກທັງໝົດ.
ການຂຸດຄົ້ນແຮ່ຈ່ານໄດ້ມີຄວາມສຳຄັນເພີ້ມຂຶ້ນແລະການທ່ອງທ່ຽວກໍ່ໄດ້ປະກອບສ່ວນທ່ີສຳຄັນເໝືອນກັນໃນເສດຖະກິດ
ແຫ່ງຊາດ. ແຕ່ວ່າມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ມີພຍງ 1.7 ຕື້ $ ພໍດີເທົ່າກັບມູນຄ່າການຂາຍພາຍ
ຫລັງ 48ຊົ່ວໂມງ ຂອງຮ້ານຄ້າ Wal-Mart. ການກະສິກຳກວມເອົາ 50% ຂອງລວມຍອດມູນຄ່າຜະລິດຕະພັນພາຍ
ໃນ (GDP). ການອຸດສາຫະກຳກວມເອົາເກີນ 1/4 ພຽງໜ້ອຍດຽວ. ມູນຄ່າການສົ່ງອອກໃນປີ 2003 ມີພຽງ 330ລ້ານ$
(ໃນປີ 2003 ມູນຄ່າຜະລິດຕະພັນເພ່ືອສົ່ງອອກຂອງລັດ Minnesota ສະຫະລັດອາເມລິກາພຽງລັດດຽວແມ່ນ10.5 ຕື້ $).
ລັດຖະບານລາວຕ້ອງການເຫັນການຜະລິດພາຍໃນແລະບັນດາຂະແໜງບໍລິການເຮັດພາລະບົດບາດໃຫຍ່ໃນວຽກງານພັດທະ
ນາຊາດ ແລະປະກົດວ່າໄດ້ມີຄວາມກ້າວໜ້າໃນເລ່ືອງນີ້. ແຕ່ວ່າຄວາມຕັ້ງໜ້າພະຍາຍາມຢ່າງດີທ່ີສຸດຂອງລັດຖະບານ
ລາວແລະປະຊາຊົນໄດ້ຖືກຖ່ວງດຶງດ້ວຍຄວາມເປັນຈິງຂອງຈຳນວນປະຊາກອນໜ້ອຍ, ບໍ່ມີລະດັບສີມື, ແລະເປັນປະເທດ
ພູຜາຫລາຍແລະບໍ່ມີທາງອອກສູ່ທະເລ. ການທ່ີບໍ່ຢູ່ໃນຖານະຂອງການພົວພັນການຄ້າແບບປົກກະຕິ (NTR) ກັບສະຫະລັດ
ອາເມລິກາຊຶ່ງແນ່ນອນໄດ້ເຮັດໃຫ້ບັນດາສິນຄ້າລາວບໍ່ເປັນທ່ີຍອມຮັບເພ່ືອເຂົ້າສູ່ຕະຫລາດທ່ີສຳຄັນແຫ່ງນີ້ອີກດ້ວຍ (ລາວ,
ກູບາ ແລະເກົາຫຼີເໜືອ ເປັນພຽງບາງປະເທດໃນໂລກທ່ີບໍ່ທັນໄດ້ຖານະການພົວພັນການຄ້າແບບປົກກະຕິກັບ USA).
ດ້ວຍເຫດນັັ້ນ, ໂຄງການນ້ຳເທີນ2 ຈຶ່ງບໍ່ແມ່ນໜຶ່ງໃນບັນດາທາງເລືອກທ່່ີກວ້າງຂວາງສຳລັບປະເທດລາວ ເພ່ືອເພີ້ມລວມ
ຍອດມູນຄ່າຜະລິດຕະພັນພາຍໃນ (GDP) ແລະກະຕຸ້ນການພັດທະນາຊຶ່ງເປັນທາງເລືອກຕົວຈິງທ່່ີມີພຽງໜ້ອຍນິດສຳລັບ
ປະເທດລາວ.
< Top > |
Q07: ການນຳໃຊ້ໄຟຟ້າຈາກໂຄງການນ້ຳເທີນ2 ຢູ່ພາຍໃນປະເທດຈະດຳເນີນການແນວໃດ?
A: ພະລັງໄຟຟ້າ 75ເມກາວັດ ຈາກນ້ຳເທີນ2 ຈະໄດ້ສະໜອງໃຫ້ບໍລິສັດໄຟຟ້າລາວເພ່ືອແຈກຈ່າຍຢູ່ພາຍໃນ. ໃນປະຈຸບັນ,
ກຳລັງຜະລິດທ່ີຈະຕິດຕັ້ງທັງໝົດຢູ່ໃນປະເທດລາວພຽງແຕ່ 642 ເມກາວັດ ໃນນັ້ນຜະລິດຈາກໄຟຟ້ານ້ຳຕົກແມ່ນ 627
ເມກາວັດ (ສ່ວນທ່ີຍັງເຫຼືອ 15 ເມກາວັດ ແມ່ນການຜະລິດທ່ີໃຊ້ນ້ຳມັນກາຊວນ). ປະລິມານໄຟຟ້າທ່ີຜະລິດສ່ວນໃຫຍ່ແມ່ນ
ສົ່ງອອກໄປປະເທດໄທ. ການແຈກຈ່າຍໄຟຟ້າໃນປະເທດລາວປະຈຸບັນແມ່ນຜ່ານ 4 ລະບົບສາຍສົ່ງທ່ີແຍກກັນຕ່າງຫາກ,
ແຕ່ລະລະບົບກວມເອົາພື້ນທ່ີແຕກຕ່າງກັນຂອງປະເທດ. ພະລັງໄຟຟ້າຈາກນ້ຳເທີນ2 ຈະປ້ອນເຂົ້າ 2 ລະບົບຕາຂ່າຍຢູ່ພາກ
ກາງຊຶ່ງຄາດວ່າຈະສະແດງເຖິງການເພີ້ມຂຶ້ນທ່ີໃຫຍ່ຫຼວງໃນຄວາມຕ້ອງການດ່ັງຄວາມຄືບໜ້າຂອງບັນດາໂຄງການສະໜອງ
ໄຟຟ້າສູ່ຊົນນະບົດ. ການຊົມໃຊ້ພະລັງງານຂອງບັນດາຂະແໜງການເສດຖະກິດໄດ້ເພີ້ມຂຶ້ນໂດຍປະມານ 10% ຕໍ່ປີ ແລະ
ໃນປະຈຸບັນມີປະມານ 30% ຂອງຄອບຄົວທັງໝົດໄດ້ນຳໃຊ້ໄຟຟ້າ (ແມ້ວ່ມີພຽງ 10% ຂອງພື້ນທ່ີຊົນນະບົດທັງໝົດແມ່ນ
ມີລະບົບຕາຂ່າຍໄຟຟ້າ). ລັດຖະບານລາວກຳລັງສຸມໃສ່ເປົ້າໝາຍທ່ີແນໃສ່ຮັບປະກັນໃຫ້ 70% ຂອງຄອບຄົວມີໄຟຟ້າໃຊ້
ໃນປີ 2010; ໂຄງການນ້ຳເທີນ2 ຈະຊ່ວຍເຮັດໃຫ້ບັນລຸຜົນບັນຫານີ້, ສ່ວນທ່ີຈະເສີມໃຫ້ຄົບຖ້ວນໂດຍບັນດາໂຄງການພັດ
ທະນາໄຟຟ້ານ້ຳຕົກຂະໜາດນ້ອຍ, ແສງຕາເວັນ ແລະລົມ ສຳລັບນອກລະບົບຕາຂ່າຍໃນເຂດຫ່າງໄກສອກຫລີກ.
< Top > |
Q08: ການຍົກຍ້າຍຈັດສັນຈະໄດ້ດຳເນີນໃນເວລາໃດ ແລະແນວໃດ?
A: ປະຊາຊົນຢູ່ພູພຽງນາກາຍແມ່ນບໍ່ໜາແໜ້ນເທົ່າໃດ ສະນັ້ນ ການຍົກຍ້າຍຈັດສັນຈຶ່ງກະທົບປະມານ 6,200 ຄົນ ໃນ
1,000 ຄອບຄົວເທົ່ານັ້ນ ຖືວ່າເປັນຈຳນວນໜ້ອຍເມື່ອທຽບໃສ່ຫລາຍໆໂຄງການໃນຂະໜາດດຽວກັນຢູ່ແຫ່ງອ່ືນໃນໂລກ.
ງົບປະມານປະມານ 36 ລ້ານ$ ໄດ້ກະກຽມໄວ້ສຳລັບການຍົກຍ້າຍຈັດສັນແລະການຊົດເຊີຍ, ໃນນັ້ 20 ລ້ານ$ ໄດ້ແຍກ
ໄວ້ຕ່າງຫາກສຳລັບການຍົກຍ້າຍຈັດສັນສະເພາະ. ການຍົກຍ້າຍຈັດສັນຈະໄດ້ຈັດຕັ້ງດຳເນີນການໃນຊ່ວງລະຫວ່າງປີ
2003 ຫາປີ 2007.
ໝູ່ບ້ານຕ່າງໆທ່ີຈະຖືກຍົກຍ້າຍສ່ວນໃຫຍ່ແມ່ນຍັງທຸກຍາກ, ອາໄສເຮັດການກະສິກຳ (ໂດຍເນັ້ນໃສ່ການຖາງປ່າເຮັດໄຮ່ເປັນ
ຕົ້ນຕໍ) ແລະເກັບກູ້ເຄ່ືອງປ່າຂອງດົງເພ່ືອການດຳລົງຊີບແບບສືບມື້ສືບວັນ. ໃນເມ່ືອບ | | | | |